ວິທີສະໝັກຂໍເອົາເງິນຊ່ວຍເຫຼືອການຫວ່າງງານ
ເງິນຊ່ວຍເຫຼືອການຫວ່າງງານແມ່ນຫຍັງ?
ເງິນຊ່ວຍເຫຼືອການຫວ່າງງານໃຫ້ທ່ານມີລາຍຮັບຊົ່ວຄາວ ເມື່ອທ່ານສູນເສຍວຽກໂດຍບໍ່ແມ່ນຄວາມຜິດຂອງທ່ານເອງ. ເງິນຊົດເຊີຍແທນລາຍໄດ້ທີ່ທ່ານສູນເສຍໄປບາງສ່ວນ ແລະ ຊ່ວຍທ່ານຈ່າຍຄ່າໃຊ້ຈ່າຍໃນຂະນະທີ່ທ່ານຊອກຫາວຽກໃໝ່. ເງິນຊ່ວຍເຫຼືອໄດ້ມາຈາກອາກອນທີ່ອະດີດນາຍຈ້າງຂອງທ່ານໄດ້ຈ່າຍ. ເງິນຊ່ວຍເຫຼືອບໍ່ໄດ້ອີງຕາມຄວາມຕ້ອງການດ້ານການເງິນ—ພຽງແຕ່ວ່າທ່ານສູນເສຍວຽກເມື່ອບໍ່ດົນມານີ້.
ກ່ອນທີ່ຈະເລີ່ມຕົ້ນ, ກວດເບິ່ງຄຳຕອບສຳລັບ ຄຳຖາມທົ່ວໄປ ກ່ຽວກັບສິດທິປະໂຫຍດທີ່ມີໃຫ້ເຫຼົ່ານີ້.
ສະໝັກຂໍອອນລາຍ (ພາສາອັງກິດ ແລະ ພາສາສະເປນເທົ່ານັ້ນ)
ວິທີທີ່ດີທີ່ສຸດ ແລະ ໄວທີ່ສຸດໃນການສະໝັກຂໍແມ່ນທາງອອນລາຍ. ຄຳຮ້ອງສະໝັກອອນລາຍມີໃຫ້ເປັນພາສາອັງກິດ ແລະ ພາສາສະເປນເທົ່ານັ້ນ. ກ່ອນທີ່ທ່ານຈະສະໝັກຂໍ, ຊອກຮູ້ວ່າທ່ານມີສິດຫຼືບໍ່ ແລະ ຮຽນຮູ້ວ່າທ່ານຈຳເປັນຕ້ອງສະໝັກຂໍຫຍັງແດ່:
- ມີເງິນຊ່ວຍເຫຼືອໃຫ້ເພື່ອຊ່ວຍຄົນຜູ້ທີ່ສູນເສຍວຽກເນື່ອງຈາກ COVID-19. ຊອກຮູ້ວ່າທ່ານມີສິດຫຼືບໍ່ ບ່ອນນີ້.
- ຮຽນຮູ້ວ່າທ່ານມີສິດໄດ້ຮັບເງິນຊ່ວຍເຫຼືອການຫວ່າງງານປົກກະຕິຫຼືບໍ່ໂດຍ ການກວດເບິ່ງລາຍການນີ້.
- ກ່ອນທີ່ຈະສະໝັກຂໍເອົາເງິນຊ່ວຍເຫຼືອການຫວ່າງງານປົກກະຕິ, ດາວໂຫຼດລາຍການກວດສອບນີ້ ເພື່ອຊ່ວຍທ່ານກະກຽມຄວາມພ້ອມ.
- ຖ້າທ່ານປະກອບອາຊີບສ່ວນຕົວ ຫຼື ສູນເສຍວຽກເນື່ອງຈາກ COVID-19 ແລະ ບໍ່ມີສິດໄດ້ຮັບເງິນຊ່ວຍເຫຼືອການຫວ່າງງານປົກກະຕິ, ທ່ານອາດຈະມີສິດໄດ້ຮັບການຊ່ວຍເຫຼືອການຫວ່າງງານຈາກໂຣກລະບາດ (Pandemic Unemployment Assistance). ດາວໂຫຼດ ລາຍການກວດສອບ ນີ້ ກ່ອນທີ່ທ່ານຈະສະໝັກຂໍ (ທ່ານຈຳເປັນຕ້ອງສະໝັກຂໍເອົາເງິນຊ່ວຍເຫຼືອການຫວ່າງງານປົກກະຕິກ່ອນ).
- ຖ້າທ່ານໄດ້ຮັບ "Determination Letter" (ຈົດໝາຍການຕັດສິນໃຈ) ຈາກພວກເຮົາ ແລະ ທ່ານບໍ່ເຫັນດີນຳມັນ, ວິທີທີ່ງ່າຍທີ່ສຸດທີ່ຈະຂໍອຸທອນແມ່ນທາງອອນລາຍຢູ່ໃນ eServices. ຫຼື ທ່ານອາດຈະໃຊ້ Benefits Appeal form (ຟອມຮ້ອງຂໍອຸທອນເພື່ອຮັບເງິນຊ່ວຍເຫຼືອ).
- ກະກຽມສຳລັບຄຳຖາມທີ່ພວກເຮົາຖາມທ່ານຢູ່່່່ໃນການຮຽກຮ້ອງກ່ຽວກັບ COVID-19 ປະຈຳອາທິດຂອງທ່ານ.
- ຮຽນຮູ້ເພີ່ມເຕີ່ມກ່່ຽວກັບສິ່ງທີ່ພວກເຮົາຖາມໃນເວລາທີ່ທ່ານສະໝັກເປັນຜູ້ຫວ່າງງານ ທາງອອນລາຍ.
- ໃຊ້ ການແນະນຳນີ້ເພື່ອຮຽນຮູ້ເພີ່ມເຕີ່ມກ່ຽວກັບ eServices ເວບໄຊທ໌ຂອງກົມຮັກສາຄວາມປອດໄພດ້ານການຈ້າງງານສຳລັບການສະໝັກຂໍເອົາເງິນຊ່ວຍເຫຼືອການຫວ່າງງານ, ສົ່ງການຮ້ອງຂໍປະຈຳ ອາທິດ ແລະ ເຂົ້າເບິ່ງຂໍ້ມູນກ່ຽວກັບຜົນປະໂຫຍດຂອງທ່ານ.
- ຖ້າທ່ານບໍ່ແມ່ນຄົນສັນຊາດອາເມລິກາ, ທ່ານຍັງສາມາດສະໝັກຂໍເງິນຊ່ວຍເຫຼືອການຫວ່າງງານໄດ້. ຮຽນຮູ້ເພີ່ມຕື່ມກ່ຽວກັບ ການໄດ້ສັນຊາດ ແລະ ສິດທາງດ້ານກົດໝາຍຂອງທ່ານໃນການເຮັດວຽກ.
(ພາສາອັງກິດ ແລະ ພາສາສະເປນເທົ່ານັ້ນ)
ສະໝັກຂໍທາງໂທລະສັບ (ມີລ່າມແປພາສາໃຫ້)
ທ່ານສາມາດສະໝັກຂໍທາງໂທລະສັບໄດ້. ເວລາໃນການລໍຖ້າສາຍດົນຫຼາຍ ພ້ອມກັບຄົນຈຳນວນຫຼວງຫຼາຍທີ່ກຳລັງໂທກ່ຽວກັບຄຳຮຽກຮ້ອງຂອງເຂົາເຈົ້າເນື່ອງຈາກໂຣກລະບາດ COVID-19. ພວກເຮົາມຸ່ງໝັ້ນທີ່ຈະຊ່ວຍເຫຼືອທ່ານ ແລະ ມີລ່າມແປພາສາໃຫ້, ດັ່ງນັ້ນ ຖ້າທ່ານຕ້ອງການສະໝັກຂໍທາງໂທລະສັບ, ເຄັດລັບເຫຼົ່ານີ້ອາດຈະຊ່ວຍໄດ້.
ໂທໄວ ຫຼື ຊ້າ
ພວກເຮົາຮັບສາຍຕັ້ງແຕ່ 7 ໂມງເຊົ້າ ຫາ 4 ໂມງແລງ, ວັນຈັນເຖິງວັນເສົາ. ການໂທໄວ ຫຼື ຊ້າຈະເພີ່ມໂອກາດຂອງທ່ານໃນການຕິດຕໍ່ຜູ້ດຳເນີນງານ.
ຮັບສາຍໂທລະສັບ
ມັນອາດຈະເປັນພວກເຮົາ! ຊື່ຂອງພວກເຮົາຈະບໍ່ປະກົດໃນ ID ຜູ້ໂທຂອງທ່ານ. ຖ້າທ່ານບໍ່ໄດ້ຮັບສາຍໂທຂອງພວກເຮົາ, ທ່ານຈະຈຳເປັນຕ້ອງໂທກັບຫາພວກເຮົາ, ເຊິ່ງຈະເພີ່ມເວລາຫຼາຍຂຶ້ນໃສ່ຂະບວນການຮ້ອງສະໝັກຂອງທ່ານ.
ເພື່ອສະໝັກຂໍທາງໂທລະສັບ, ໂທ 800-318-6022.